ຫົວຂໍ້: ການເຂົ້າຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ
ສຈ ອິຊາໂອະ ຄາໂດະຕະ ຄະນະວິທະຍາສາດ ມະຫາວິທະຍາໄລໂອກາຍາມາ, ຮສ ທາເຄໂອະ ອິນາໂມລິ ສະຖາບັນພັດທະນາຊັບພະຍາກອນມະນຸດສາກົນ ແລະ ຜູ້ປະສານງານວຽກງານການການສຶກສາຢູ່ຕ່າງປະເທດ, ທ່ານ ຢູຊຸເກະ ນີ ພ້ອມດ້ວຍຄະນະຈາກມະຫາວິທະຍາໄລໂອກາຍາມາ, ໄດ້ເຂົ້າຢຽມຢາມ ແລະ ໂອ້ລົມແລກປ່ຽນຄໍາຄິດເຫັນກັບມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 8 ສິງຫາ ປີ 2022 ແລະ ໃນວັນທີ 9 ສິງຫາ ປີ 2022 ກໍໄດ້ເຂົ້າຢຽມຢາມ ແລະ ໂອ້ລົມແລກປ່ຽນຄໍາຄິດເຫັນກັບກະຊວງສຶກສາທິການ ແລະ ກິລາ. ການເຂົ້າໄປຢຽມຢາມຄັ້ງນີ້ ທ່ານ ສຈ ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ ປອ ຮຸ່ງເພັດ ເຄີຍໄປເຝິກອົບຮົມຢູ່ປະເທດຍີ່ປຸ່ນ. ໃນການເຂົ້າພົບທ່ານ ທ່ານ ສຈ ປອ ຮຸ່ງເພັດ ຄັ້ງນີ້, ມະຫາວິທະຍາໄລໂອກາຍາມາກໍໄດ້ແນະນໍາກ່ຽວກັບວຽກງານຂອງຫ້ອງການເຜີຍແຜ່ຂໍ້ມູນການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ ແລະ ໄດ້ໂອລົມກ່ຽວກັບວຽກງານການຮ່ວມມືດ້ານການສຶກສາໃນອານາຄົດ. ທ່ານ ສຈ ປອ ຮຸ່ງເພັດກໍໄດ້ກ່າວວ່າ: " ສໍາລັບນັກສຶກສາຜູ້ທີ່ມີຄວາມຕ້ອງການຢາກໄປສຶກສາແມ່ນມີຄວາມສໍາຄັນຫຼາຍໃນການເຂົ້າເຖິງແຫຼ່ງຂໍ້ມູນທີ່ສໍາຄັນໄດ້ງ່າຍເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ, ດັ່ງນັ້ນ, ການເປີດຫ້ອງການເຜີຍແຜ່ຂໍ້ມູນການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນຈຶ່ງມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ກັບນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດລາວ ແລະ ຂ້າພະເຈົ້າກໍຫວັງວ່າຫ້ອງການດັ່ງກ່າວນີ້ຈະເປັນສະຖານທີ່ທີ່ເຮັດໃຫ້ນັກສຶກຫຼາຍໆຄົນສາມາດຍາດເອົາໂອກາດໃນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນໄດ້" ຫຼັງຈາກນັ້ນ, ກໍໄດ້ເຂົ້າຢ້ຽມຢາມ ທ່ານ ຄຳແກ້ວ ຫານຊະນາ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ. ໃນການເຂົ້າຢ້ຽມຢາມຄັ້ງນີ້, ມະຫາວິທະຍາໄລໂອກາຍາມາໄດ້ແນະນໍາກ່ຽວກັບວຽກງານຂອງຫ້ອງການສົ່ງເສິມຂໍ້ມູນການສຶກສາຕໍ່ຢູ່ປະເທດຍີ່ປຸ່ນສຳລັບປະເທດອາຊຽນ ແລະ ປຶກສາຫາລືກ່ຽວກັບການສົ່ງເສີມການສຶກສາຢູ່ປະເທດຍີ່ປຸ່ນຂອງນັກສຶກສາລາວ. ທ່ານ ຄຳແກ້ວ ຫານຊະນະ ໄດ້ກ່າວວ່າ: “ປະເທດຍີ່ປຸ່ນແມ່ນເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດໃນຂະແໜງການສຶກສາ ຊັ້ນສູງຂອງປະເທດລາວ, ຂ້າພະເຈົ້າດີໃຈຫຼາຍທີ່ມີການເປີດຫ້ອງການເຜີຍແຜ່ຂໍ້ມູນການໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ ແລະ ວຽກງານດັ່ງກ່າວຈະເປັນການຊຸກຍູ້ສາຍພົວພັນ, ການຮ່ວມມື ລະຫວ່າງ 2 ປະເທດ ລາວ-ຍີ່ປຸ່ນ ຢິ່ງແໜ້ນແຟ້ນຂຶ້ນໄປຕື່ມອີກ. ການຢ້ຽມຢາມທັງສອງສະຖາບັນການສຶກສາຂ້າງເທີງນັ້ນເກີດຂຶ້ນໄດ້ກໍຍ້ອນເລີ່ມຈາກພິທີເປີດຫ້ອງການເຜີຍແຜ່ຂໍ້ມູນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນສຳລັບປະເທດອາຊຽນ ປະຈໍານະຄອນຫຼວງວຽງຈັນ ໃນວັນທີ 8 ສິງຫາ 2022. ການຢ້ຽມຢາມໃນຄັ້ງນີ້, ຫັວງວ່າການພົວພັນຮ່ວມມືລະຫວ່າງຫ້ອງວ່າການເຜີຍແຜ່ຂໍ້ມູນການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ, ມະຫາວິທະຍາໄລຕ່າງໆຂອງປະເທດລາວ, ສະຖາບັນການສຶກສາ, ສະມາຄົມອະດີດນັກສຶກສາທີ່ຈົບຈາກມະຫາວິທະຍາໄລໂອກາຍາມາ ແລະ ອື່ນໆ ຈະໄດ້ຮັບໂອກາດການແລກປ່ຽນດ້ານການສົ່ງເສີມການສຶກສາຕໍ່ຢູ່ປະເທດຍີ່ປຸ່ນທີ່ຈັດຂຶ້ນໃນປະເທດລາວ. ພິທີເປີດຫ້ອງການໂຄງການເຄືອຂ່າຍການສຶກສາຕໍ່ຢູ່ປະເທດຍີ່ປຸ່ນໃນພາກພື້ນອາຊຽນປະຈຳນະຄອນຫຼວງວຽງຈັນ https://studyinjapan-asean.jp/news.php?id=40